top of page
Search

ວິທີເລືອກຊື້ ເຄື່ອງສີດນໍ້າແຮງດັນສູງ ເພື່ອໃຊ້ງານທຳຄວາມສະອາດທົ່ວໄປ

Updated: Aug 15, 2023


ໃນ​ຍາມ​ຝົນ​ຫຼາຍ​ບ້ານ​ອາດ​ຈະ​ປະ​ເຊີນ​ກັບ ​ບັນ​ຫາ​ຄາບ ຕະໄຄ່ນໍ້າ ​ຕາມ​ພື້ນ​ເຮືອນ, ຂີ້ຕົມ ຢູ່ຕາມລໍ້ລົດໃຫ່ຍ, ລົດຖີບ, ຫຼື ທັງຂີ້ຝຸ່ນທີ່ຕິດຕາມລົດ. ເຊິ່ງບາງຄາບເປື້ອນຕ້ອງໃຊ້ແຮງຫລາຍໃນການຂັດ ກໍເສຍເວລາທຳຄວາມສະອາດໄປແລ້ວເມິດມື້. ແຕ່ດຽວນີ້ບັນຫາເຫຼົ່ານີ້ຈະໝົດໄປ ເພາະມີຕົວຊ່ວຍຄື: ເຄື່ອງສີດນໍ້າແຮງດັນສູງທີ່ເຂົ້າມາເປັນຕົວຊ່ວຍທຳຄວາມສະອາດ ຄາບສົກກະປົກເຫຼົ່ານີ້ ໃຫ້ຫຼູດອອກງ່າຍຍິ່ງຂື້ນ ໂດຍທີ່ບໍ່ຕ້ອງອອກແຮງຂັດໃຫ້ເມື່ອຍອີກຕໍ່ໄປ ແຕ່ການ ຕັດສິນໃຈຈະຊື້ເຄື່ອງ ອັດສີດແຮງດັນສູງ ຕ້ອງເລືອກແບບໃດຈຶ່ງຈະທົນທານ ແລະ ໃຊ້ງານໄດ້ດົນ.

ສິ່ງທຳອິດທີ່ທຸກຄົນຕ້ອງຮູ້ຄື ຈຸດປະສົງຂອງການໃຊ້ງານ ຕ້ອງການນຳໄປໃຊ້ກັບຫຍັງ ພື້ນທີ່ແບບໃດ ເຄື່ອງສີດນໍ້າແຮງດັນສູງຈະແບ່ງແຮງດັນຕາມຄວາມເໝາະສົມຂອງການໃຊ້ງານ ໂດຍເບິ່ງຈາກກຳລັງຂອງ Pressure (bar) ເຊັ່ນ:

ແຮງດັນ 150bar /ແຂງແຮງ /ທົນທານ

+ ສຳລັບທຳຄວາມສະອາດພຽງຢ່າງດຽວ

ໃນກໍລະນີຕ້ອງການນຳມາລ້າງລົດຢ່າງດຽວເຊັ່ນ: ລົດຈັກ, ລົດເກັງ , ລົດກະບະ, ເຟີນີເຈີ, ລ້າງແອ ເປັນຕົ້ນ ຫຼື ໃຊ້ໃນງານບ້ານທົ່ວໄປ ຄວນເລືອກໃຊ້ແຮງດັນ 90-100bar ແຕ່ຈະມີຂໍ້ຈຳກັດມັນສາມາດເຮັດວຽກໄດ້ບໍ່ເກີນ 40ນາທີ ຖ້າຫາກມີງົບເພີ່ມກໍ່ສາມາດໃຊ້ແຮງດັນເປັນ 120 bar ກໍຍິ່ງເປັນການດີ.


+ ໃຊ້ທຳຄວາມສະອາດພື້ນເປັນຫຼັກ ແລະ ລ້າງລົດ

ຄວນໃຊ້ແຮງດັນ 120 ຂຶ້ນໄປ ເພາະເຄື່ອງສະເປັກນີ້ ມັນສາມາດເຮັດວຽກໄດ້ 1-2 ຊົ່ວໂມງ.


* ຂໍ້ດີ ຂອງການໃຊ້ເຄື່ອງ ອັດສີດແຮງດັນສູງ

  • ໃຊ້ງານງ່າຍກ່ວາສາຍຢາງ ເນື່ອງຈາກເປັນລະບົບ ອໍໂຕ້ຄວບຄຸມ ແລະ ຢຸດການເຮັດວຽກ ໂດຍການກົດໄກປືນບໍ່ຕ້ອງເສຍເວລາຍ່າງໄປ ເປີດ-ປິດເຄື່ອງ ຊ່ວຍປະຢັດເວລາທີ່ໃຊ້ໃນການທຳຄວາມສະອາດຫຼາຍຂຶ້ນ.

  • ປະຢັດການໃຊ້ນໍ້າກວ່າກັອກເຖິງ 60%.

  • ມີລະບົບຕັດການເຮັດວຽກອັດຕະໂນມັດຫາກພົບວ່າອຸນຫະພູມເຄື່ອງຮ້ອນເກີນໄປ.

* ຂໍ້ຄວນແນະນຳ ສຳລັບການໃຊ້ເຄື່ອງ ອັດສີດແຮງດັນສູງ

  • ຄວນປ່ອຍໃຫ້ນໍ້າໄຫຼເຂົ້າໄປຫາຕົວເຄື່ອງກ່ອນ ຈຶ່ງເປີດໃຊ້ງານ ເພື່ອປ້ອງກັນບໍ່ໃຫ້ເຄື່ອງຊຳລຸດ.

  • ຂະນະໃຊ້ງານຄວນສວມໃສ່ອຸປະກອນ ປິດປາກ ປິດດັງ ແວ່ນກັນນໍ້າ ເພື່ອປ້ອງກັນບໍ່ໃຫ້ນໍ້າ ຫຼື ຝຸ່ນລະອອງກະເດັນຖືກ.

  • ຫາກພົບບັນຫາການໃຊ້ງານເຊັ່ນ: ເຄື່ອງກະຕຸກ ຄວນປິດເຄື່ອງແລ້ວເປີດໃໝ່ ແລະ ຖ້າຫາກຍັງເປັນຢູ່ໃຫ້ສົ່ງໃຫ້ຊ່າງກວດສອບ.

  • ຂະນະໃຊ້ງານບໍ່ຄວນໃຫ້ສາຍສົ່ງນໍ້າບິດງໍ ເພາະເວລາໃຊ້ງານສາຍສົ່ງຈະຕ້ອງໃຊ້ແຮງດັນທີ່ຫຼາຍຂຶ້ນ ເຊິ່ງອາດມີຜົນໃປຫ້ສາຍສົ່ງເສື່ອມສະພາບໄດ້ໄວ.

  • ທຸກຄັ້ງທີ່ໃຊ້ແລ້ວ ຄວນກົດໄກປືນ 1-2 ຄັ້ງ ເພື່ອໄລ່ແຮງດັນໃນສາຍຫຼັງຈາກເລີກໃຊ້ງານ.

* ກຽມຄວາມພ້ອມກ່ອນໃຊ້ງານຈິງ

  • ສາຍຢາງຄວນເປັນສາຍນຳ້ຂະໜາດ 2 ຊັ້ນ ໂດຍໃຫ້ເລືອກແບບທີ່ສາມາດປ້ອງກັນ ຕະໄຄ່ນຳ້ໄດ້.

  • ສາຍອັດອັດສີດ ຄວນທີ່ຈະຢູ່ໃນລັກສະນະເສັ້ນຕົງບໍ່ບິດງໍ ເນື່ອງຈາກເວລາໃຊ້ງານຈິງແຮງດັນພາຍໃນທໍ່ມີຫຼາຍ ອາດຈະເຮັດໃຫ້ສາຍແຕກ ຫຼື ເສື່ອມສະພາບໄວ.

  • ຫາກໃຊ້ນຳ້ທີ່ມີຄວາມກະດ້າງສູງ ໃຫ້ໃຊ້ໄສ້ກອງທີ່ມີຄຸນນະພາບເພີ່ມ ເພື່ອຊ່ວຍໃນການກອງນຳ້.

  • ຄວນກວດສອບຄວາມສະອາດຂອງໄສ້ກອງ ທຸກຄັ້ງ ເນື່ອງຈາກໄສ້ກອງເປັນສ່ວນທີ່ຕິດມາກັບເຄື່ອງ ມີໜ້າທີ່ກວດສອບຈັບສິ່ງສົກກະປົກ ຫຼື ເສດຫີນຊາຍ ເພາະສະນັ້ນຄວນກວດສອບກ່ອນໃຊ້ງານ.

  • ອຸປະກອນຕໍ່ພ່ວງ ຫຼື ສາຍຕໍ່ພ່ວງກັບໄຟຟ້າຕ່າງໆ ຄວນຈະມີຂະໜາດສາຍເທົ່າກັບສາຍມາດຕະຖານທີ່ຕິດຢູ່ກັບຕົວເຄື່ອງ ສ່ວນປັກສຽບຄວນມີຊ່ອງໃຫ້ສາມາດສຽບສາຍໄດ້ໂດຍຕ້ອງບໍ່ແໜ້ນ ແລະ ຫຼົມເກີນໄປ ຄວາມຍາວຂອງສາຍພ່ວງກໍບໍ່ຄວນທີ່ເກີນ 20 ແມັດ ບໍລິເວນຈຸດຕໍ່ພ່ວງໃຫ້ເລືອກພື້ນທີ່ມີສາຍກາວຮອງຮັບ.

+ ຫຼັກການຊື້ເຄື່ອງແຮງດັນສູງ

  • ເລືອກມໍເຕີຊະນິດລວດທອງແດງ ທີ່ບໍ່ໃຊ້ແປງຖ່ານ.

  • ຫົວປໍ້າເລືອກເປັນຊະນິດ ທອງເຫຼືອງ ທອງແດງ ໄຟໄຟ້າ 220 ໂຮງງານ 380 ໂວນ.

  • ຄວາມໄວຮອບມໍເຕີທີ່ຕໍ່າກວ່າ 1,400 ຈະມີຄວາມທົນທານກວ່າ 2,800 ແລະ ຫຼຸ້ຍຫ້ຽນຍາກ.

  • ເຄື່ອງເລືອກອັດຕາໄຫຼວຽນຂອງນໍ້າດ້ວຍຍິ່ງການໄຫຼ່ວຽນຂອງນໍ້າຫຼາຍເທົ່າໃດ ຍິ່ງເຮັດໃຫ້ການຊຳລະລ້າງມີປະສິດທິພາບຫຼາຍຂຶ້ນ.

ເຄື່ອງສີດນໍ້າແຮງດັນສູງຖືກຊື້ມາເພື່ອໃຊ້ໃນການ ຜ່ອນແຮງທຳຄວາມສະອາດ ຂອງທຸກຄົນກ່ອນຈະຕັດສິນໃຈຊື້ຄວນພິຈາລະນາຢ່າງຮອບຄອບ ວ່າຕ້ອງການເອົາໄປໃຊ້ງານລັັກສະນະແບບໃດ ເພື່ອຈະໄດ້ຮັບປະໂຫຍດຢ່າງເຕັມທີ່ ບໍ່ດັ່ງນັ້ນຈະກາຍເປັນວ່າເຄື່ອງທີ່ຊື້ມານັ້ນໃຊ້ງານໄດ້ບໍ່ເຕັມທີ່ ສົມກັບເງິນທີ່ເສຍໄປ.


🛎 ເລືອກເຄື່ອງອັດສີດ ທີ່ມີຄຸນນະພາບສູງ ແຂງແຮງ ທົນທານ ມີຮັບປະກັນ1ປີ ແລະ ບໍລິການຫຼັງການຂາຍ ປຶກສາເຮົາ .

👉ເຮົາມີສູນສ້ອມແປງ ທີ່ມີຊ່າງຝີມືດີ ມາກດ້ວຍປະສົບການ ພ້ອມບໍລິການລູກຄ້າທຸກທ່ານ🙏




click here: https://web.whatsapp.com/





 
 
 

댓글

별점 5점 중 0점을 주었습니다.
등록된 평점 없음

평점 추가
bottom of page